|
ເມືອ່ 10 ປີກ່ອນ ຂ້ອຍກໍ່ແມ່ນ ຄົນທີ່ລ້ຽງປາຄຼາບ ຄົນໜຶ່ງ ທຳມະດາ ເຊິ່ງບໍ່ມີຄວາມຮູ້ຫຍັງຫຼາຍ ອ່າງປາຄຼາບ ທີ່ບ້ານຂອງຂ້ອຍ ຂະໜາດ 30 ໂຕນ (ຄຸມວຽກໃນການກໍ່ສ້າງເອງ ທຸກຂັ້ນຕອນ) ຊື້ປາຄຼາບມາຈາກ ບາງກອກຟາມ ຕັ້ງແຕ່ Size ຂະໜາດເທົ່າຝາມື ລ້ຽງມາ 2 ປີ ຄວາມຍາວຕັ້ງແຕ່ຫົວ-ຫາງ ເກືອບ 60 CM
ລະບົບການຕອງ
- ອາຫານ Aqua Master (ສີນ້ຳເງິນ, ສີແດງ, ສີຂຽວ)
- ແປງ ຂະໜາດ 50 cm 15 ເສັ້ນ
- ມອງ 180 ກ.ກ
- ເປືອກຫອຍນາງລົມ 120 ກ.ກ
- ປະກາລັງ 300 ກ.ກ
- Filter mat ຂະໜາດ 50 x 100 cm (ຈຳນວນ 2 ແຜ່ນ)
- ປ້ຳນ້ຳ TCP ຂະໜາດ 100W
- ປ້ຳລົມ Resun
- ປາຄຼາບ 15 ໂຕ
- ປາເສືອພົ່ນນ້ຳ 6 ໂຕ
- ປາຍີ່ສົກ 2 ໂຕ
- ແລະ ອະຣາໄພມ່າ ເປຣູ 1 ໂຕ ນ້ຳໃສກິ໋ກ !!!
ເມື່ອກ່ອນຂ້ອຍອາໃສທິດສະດີ ລອງຜິດລອງຖືກ ກັບເລື່ອງຂອງ ການວາງລະບົບການຕອງ ແລະ ການລ້ຽງປາຄຼາບ ໂດຍອາໃສຄວາມຫຼາກຫຼາຍຂອງແຫຼ່ງຂໍ້ມູນ
ຍົກຕົວຢ່າງເຊັ່ນ
- ອາໃສລອງຜິດລອງຖືກ
- ສຶກສາຂໍ້ມູນຈາກໃນເວບ
- ໄປຂໍຄຳແນະນໍາ ຈາກຟາມປາຄຼາບ
- ຖ້າໄດ້ ເດີນທາງໄປໃນສະຖານທີ່ຕ່າງໆ ແລະເຫັນບ່ອນໃດມີ ອ່າງປາຄຼາບ ກໍຈະລອງສັງເກດ
- ຫາປຶ້ມກ່ຽວກັບປາ ເກົ່າໆ ມື 2 ມານັ່ງອ່ານ
- ລອງຊື້ອຸປະກອນຊະນິດຕ່າງໆ ມາລອງໃຊ້ ອັນໃດທີ່ເຂົາເຈົ້າວ່າດີ ກໍຊື້ມາໝົດ
ຜົນລັບທີ່ໄດ້ ຈາກການໃຊ້ທິດສະດີ ໃນເບື້ອງຕົ້ນ
- ລ້າງອ່າງຕອງເອົາເອງ ເກືອບຕາຍ ເພາະໄຟດູດ ຈາກປໍ້ານ້ຳ
- ປາຕາຍ ເພາະໃສ່ຢາເກີນຂະໜາດ
- ລົງປາໃໝ່ ແລ້ວປາເກົ່າຕາຍ ໝົດອ່າງ
- ປ້ຳນ້ຳກິນໄຟຫຼາຍເກີນໄປ ແລະ ເປ່ເພເລື້ອຍ
- ປໍ້ານ້ຳໄໝ້ ເພາະນໍ້າໃນອ່າງທີ່ຕອງມັນແຫ້ງ
- ບ່ອນຕອງຕັນ ເພາະວາງວັດສະດຸການຕອງຜິດ
- ນໍ້່າຂຽວ ເພາະວາງລະບົບການຕອງນໍ້າບໍ່ດີ
- ໃຊ້ວັດສະດຸການຕອງຜິດປະເພດ ກັບຊະນິດຂອງອ່າງຕອງນໍ້າ
- ນໍ້າບໍ່ໃສ ເພາະວາງລະບົບບໍ່ເປັນ
- ໄຄ ຫຼຸດຈາກອ່າງລ້ຽງປາໄປຕິດປ່ອງອັນຕອງນໍ້າຫຼາຍ
- ສະກີມເມີ ແຮງດູດນ້ອຍ ຫຼື ບໍ່ເຮັດວຽກ
- ປໍ້າລົມແຮງລົມອ່ອນ ເຮັດວຽກບໍ່ເຕັມປະສິດທິພາບ
ທັງໝົດນີ້ແມ່ນເລື່ອງຕ່າງໆ ທີ່ຂ້ອຍໄດ້ພົບພໍ້ມາ ຈຶ່ງເກີດເປັນອົງຄວາມຮູ້ອັນຍີ່ງໃຫຍ່ ເຊິ່ງເປັນປະສົບການໂດຍກົງທີ່ເກີດຂຶ້ນ ກັບໂຕຂອງຂ້ອຍເອງ.....ແລະໃນມື້ນີ້ ຂ້ອຍຈະນຳວິທີການທີ່ຖືກຕ້ອງ ມາແນະນໍາໃຫ້ກັບ ຄົນທີ່ກໍາລັງເລີ່ມລ້ຽງປາຄຼາບ ຫຼື ຄົນທີ່ລ້ຽງມາດົນ ແລ້ວ ທີ່ກໍາລັງພົບບັນຫາຢູ່ ໃຫ້ແກ້ບັນຫາຕ່າງໆ ໄປໃຫ້ໄດ້ |
|
|